______ Oue Best Services ______
ບໍລິສັດ Infrasol..Co.,Ltd (IFS) ມີບໍລິການຫຼາຍຢ່າງ ເຊີ່ງປະກອບມີ: ການຈັດຝຶກອົບຮົມວິຊາຊີບ ແລະ ເສັງ certificate ດ້ານ IT, ເປັນຜູ້ຊ່ຽວຊານໃນການບໍລິການດ້ານ IT ທັງການຕິດຕັ້ງ ໃຫ້ຄຳປຶກສາການໃຊ້ງານ ຫຼື ການບຳລຸງຮັກສາ ອີກເປັນຕົ້ນ ບໍລິການ IT services ຂອງ IFS ປະກອບດ້ວຍ:
1. NETWORK DESIGN & IMPLEMENTATION ບໍລິການອອກແບບແລະວາງລະບົບເຄື່ອຂ່າຍຄອມພິວເຕີ
•ລະບົບເຄື່ອຂ່າຍຄອມພິວເຕີໃນອາຄານສຳນັກງານດຽວກັນ (Local Area
Network: LAN)
•ລະບົບເຄື່ອຂ່າຍທີ່ເຊື່ອມຕໍ່ລະຫວ່າງສາຂາຕ່າງໆຂອງອົງກອນ (Wide Area
Network: WAN)
•ລະບົບເຄື່ອຂ່າຍວິພີເອັນເຊື່ອມຕໍ່ຈາກບ້ານຫຼືສາຂາໄປສຳນັກງານໃຫຍ່
ເພື່ອຄວາມປອດໄພຂອງຂໍ້ມູນປຽບເໝືອນມານັ່ງເຮັດວຽກຢູ່ສຳນັກງານໃຫຍ່ແທ້
(Virtual Private network: VPN)
•ລະບົບເຄື່ອຂ່າຍກ້ອງວົງຈອນປິດອັດສະລິຍະ ( Intelligent CCTV)
•ລະບົບເຄື່ອຂ່າຍໂທລະສັບໄອພີ (IP telephone) ບໍລິສັດ
ມີຄວາມຊ່ຽວຊານໃນອຸປະກ່ອນລະບົບເຄື່ອຂ່າຍຫຼາກຫຼາຍເທັກໂນໂລຍີ ແລະ
ໂຊລູຊັນຕ່າງໆ
2. MAINTENANCE SERVICES ບໍລິການບຳລຸງ-ຮັກສາລະບົບແລະເຄື່ອຂ່າຍ
•CORRECTIVE MAINTENANCE ບໍລິການບຳລຸງຮັກສາແກ້ໄຂປັນຫາລະບົບ IT
ເພື່ອລົດຄວາມເສຍຫາຍຈາກການເສື່ອມສະພາບ ແລະ
ຄ່າໃຊ້ຈ່າຍຂອງການບຳລຸງຮັກສາສັນຍາບໍລິການສ້ອມແປງບຳລຸງແກ້ໄຂປັນຫາແລະປ່ຽນອະໄຫຼ່
ເມື່ອຮາດແວ ຫຼື ຊອບແວ ຂອງທ່ານຂັດຂ້ອງ
ເກີດຄວາມເສຍຫາຍເຊິ່ງທ່ານສາມາດເລືອກ SLA ( Service Level Agreement)
ໄດ້ທັງແບບ 8x5 ແລະ 24x7
•PREVENTIVE MAINTENANCE
ບໍລິການບຳລຸງຮັກສາປ້ອງກັນບໍ່ໃຫ້ລະບົບແລະຂໍ້ມູນເກີດຄວາມເສຍຫາຍ
ການກວດສອບ ຫຼື ເບິ່ງແຍງດູແລປ່ຽນອຸປະກອນທີ່ຈະຄົບອາຍຸການນຳໃຊ້ທຸກໄລຍະ
ບໍລິການສ້ອມແປງບຳລຸງ ແລະ
ປ່ຽນອະໄຫຼ່ຮາດແວຕາມຮອບໄລຍະເວລາທີ່ກຳນົດໃນສັນຍາ ( ຮອບອາທິດ ຮອບເດືອນ
ຮອບໄຕຣມາດ ຫຼື ຮອບປີ) ໂດຍບໍ່ຈຳເປັນຕ້ອງຖ້າໃຫ້ ຮາດແວເພ
ເພື່ອຮັບປະກັນວ່າອົງກອນຂອງທ່ານຈະສາມາດໃຊ້ງານລະບົບຄອມພິວເດີໄດ້ຢ່າງຕໍ່ເນື່ອງແລະບໍ່ມີສະດຸດ
3. IT CONCULTING SERVICE ບໍລິການໃຫ້ຄຳແນະນຳແລະຄຳປຶກສາກ່ຽວກັບ IT
ບໍລິການທີ່ປຶກສາວາງແຜນພັດທະນາລະບົບໄອທີອົງກອນດ້ວຍເຈົ້າໜ້າທີ່ໄອທີຜູ້ຊຳນານສະເພາະທາງ ແລະ ທີມພັດທະນາໄອທີທີ່ມີປະສົບການສູງ ບໍລິການທີ່ປຶກສາ IT ການລົງທຶນ, ການເລືອກຊື້ ແລະ ການຕິດຕັ້ງລະບົບໄອທີ ລະບົບຄອມພິວເຕີ ໃນໜ່ວຍງານຂອງທ່ານຈາກຜູ້ຊ່ຽວຊານແລະມີປະສົບການ ແນະນຳເທດໂນໂລຍີທີ່ເໝາະສົມສຳລັບການເຮັດວຽກຂອງແຕ່ລະອົງກອນ ເພື່ອໃຫ້ຜູ້ໃຊ້ງານສາມາດເຮັດວຽກໄປໄດ້ຢ່າງມີປະສິດທິພາບ ແລະ ລົດຕົ້ນທຶນຄ່າເສຍເວລາ ແລະ ໂອກາດທີ່ເກີດຈາກຄວາມຊັກຊ້າໃນການເຮັດວຽກຂອງລະບົບ
4. IT OUTSOURCING SERVICE ການໃຫ້ບໍລິການນອກສະຖານທີ່
IT SUPPORT ບໍລິການດູແລກ່ຽວກັບ IT ລະດັບອົງກອນ ຈາກຜູ້ຊຳນານຕາມລັກສະນະວຽກຫຼາຍລະດັບ ລົດຕົ້ນທຸນການຈາກພະນັກງານປະຈຳ ໂດຍວິສະວະກອນຄອມພິວເຕີທີ່ມີຄວາມຮູ້ຄວາມຊ່ຽວຊານ ຈາກ IFS ເຊິ່ງເປັນສູນອົບຮົບລະດັບປະເທດ ແລະ ມີຊື່ສຽງປະສົບການຫຼາຍປີ
IT HELPDESK ບໍລິການ IT Helpdesk ( Part Time & Full Time) ໂດຍການສົ່ງເຈົ້າໜ້າທີ່ຂອງ IFS ໄປນັ່ງຢູ່ທີ່ສຳນັກງານຂອງທ່ານ ເພື່ອດູແລຊ່ວຍເຫຼືອພະນັກງານກ່ຽວກັບດ້ານໄອທີເພື່ອໃຫ້ພະນັກງານຂອງທ່ານມີ contact point ທີ່ຊັດເຈນ ໂດຍສາມາດໂທຕິດຕໍ່ໂດຍຕົງກັບທາງ Helpdesk ຫຼື ສ້າງ Ticket ເປີດເຄສຂໍຄວາມຊ່ວຍເຫຼືອໃນລະບົບທີ່ IFS ຈັດຫາມາໃຫ້ເຊິ່ງລູກຄ້າສາມາດຕິດຕາມຄວາມຄືບໜ້າຂອງເຄສ ແລະ ຈັດການລາຍງານປະຫວັດແຈ້ງຄວາມເສຍຫາຍ/ແຈ້ງໃຫ້ສ້ອມແປງໄດ້
IT DEVELOPER ໃຫ້ບໍລິການໃນການຈັດຫາແລະຄັດເລືອກບຸກຄະລາກອນສຳລັບວຽກ Application Development ໃນລະດັບຕ່າງໆ ສຳລັບອົງກອນທີ່ມີຂໍ້ຈຳກັດ ໃນການເພີ່ມຫຼືລົດພະນັກງານເຊັ່ນ •Data Science •Data Engineer •Application Developer (.Net, C++, C #, VB, PHP, Linux, Python ແລະອື່ນໆ) •System Analyst •Project Manager
SYSTEM ENGINEER / SYSTEM ADMINISTRATOR ເຝົ້າລະວັງການເຮັດວຽກຂອງ Server ແລະ System ໃຫ້ເປັນໄປຕາມປົກກະຕິ ວິເຄາະແລະແກ້ໄຂປັນຫາເບື້ອງຕົ້ນຫຼືແຈ້ງ Error ທີ່ເກີດຂຶ້ນໃຫ້ໜ່ວຍງານທີ່ກ່ຽວຂ້ອງແກ້ໄຂ ລາຍງານ Log ເຫດການຂອງລະບົບແລະ Backup ຂໍ້ມູນຕາມກຳນົດການ ແລະ ເຮັດລາຍງານປະຈຳວັນ
ເພາະລະບົບການເຮັດວຽກທີ່ມີປະສິດທິພາບ ຈຳເປັນຕ້ອງໄດ້ຮັບການອອກແບບໂດຍມືອາຊີບ ແລະ ຢູ່ທີ່ Infrasol (IFS) ເຮົາມີປະສົບການອັນຍາວນານຫລາຍ ປີ ໃນໂລກແຫ່ງທຸລະກິດ IT ຍຶດໝັ້ນໃນມາດຕະຖານການໃຫ້ບໍລິການແບບມືອາຊີບ ມີຄວາມຮັບຜິດຊອບສູງ ໃຊ້ຫຼັກການໃຫ້ບໍລິຫານແບບພັນທະມິດທີ່ພ້ອມຈະຊ່ວຍເຫຼືອໃຫ້ຄຳປຶກສາ ດູແລລະບົບແລະແບ່ງເບົາພາລະດ້ານໄອທີ ເພື່ອໃຫ້ທ່ານສາມາດຂັບເຄື່ອນທຸລະກິດຫຼັກຂອງທ່ານໄດ້ຢ່າງໄວ້ວາງໃຈເຕັມປະສິດທິພາບແລະມີສັກກະຍະພາບດ້ານລະບົບທີ່ແຂງແຮງມີສະຖຽນລະພາບ ນຳສະເໜີເທັກໂນໂລຍີໃໝ່ໆສະເໝີເພື່ອພັດທະນາທຸລະກິດຂອງທ່ານໃຫ້ເຕີບໃຫຍ່ຕໍ່ໄປໃນອະນາຄົດຢູ່ສະເໝີ
ຫາກມີຄວາມສົນໃຈໃນບໍລິການ IT, ຄອດຣ ຝຶກອົບຮົມ ແລະ ສອບເສັງເພື່ອໃຫ້ໄດ້ Certificate ສາມາດຕິດຕໍ່ພວກເຮົາມາໄດ້ຕະຫຼອດເວລາທີ່: ໂທລະສັບ : 030 9339798. Website: www.infrasole.com